FAQ - ຄຳຖາມທີ່ພົບເລື້ອຍ (Frequently Asked Questions)
ກ່ຽວກັບສິນຄ້າ ແລະ ຄຸນນະພາບ (Product Quality)
Q: ສິນຄ້າຂອງຮ້ານຄ້າລີນລີນເທຣດດີງ ແມ່ນນຳເຂົ້າມາແນວໃດ ແລະ ເປັນຫຍັງຈຶ່ງໄດ້ລາຄາຖືກ?
· A: ສິນຄ້າທຸກຊິ້ນຂອງພວກເຮົາແມ່ນ ຂາຍໃນລາຄາສົ່ງໂດຍກົງຈາກໂຮງງານຜູ້ຜະລິດ, ບໍ່ຜ່ານຄົນກາງ ເຮັດໃຫ້ລູກຄ້າໄດ້ສິນຄ້າທີ່ມີລາຄາປະຢັດ ແລະ ຄຸ້ມຄ່າທີ່ສຸດ.
Q: ສິນຄ້າມີຄຸນນະພາບ ແລະ ປອດໄພແທ້ບໍ?
· A: ໝັ້ນໃຈໄດ້ 100% ເລີຍ ເພາະພວກເຮົາເນັ້ນໃສ່ ສິນຄ້າມີຄຸນນະພາບສູງ ແລະ ໄດ້ຮັບການຮັບປະກັນຄຸນນະພາບ. ນອກຈາກນີ້, ສຳລັບຜະລິດຕະພັນທີ່ຈຳເປັນ (ເຊັ່ນ: ອາຫານ, ຢາ ຫຼື ເຄື່ອງສຳອາງ) ແມ່ນ ມີໃບອະນຸຍາດ ອຢ (FDA) ຖືກຕ້ອງຕາມກົດໝາຍ, ປອດໄພຕໍ່ຜູ້ບໍລິໂພກແນ່ນອນ.
Q: ສິນຄ້າທີ່ສົ່ງໃຫ້ຈະຄືກັນກັບໃນຮູບ (ຕົງປົກ) ບໍ່?
· A: ທາງບໍລິສັດ ຮັບປະກັນສິນຄ້າຕົງປົກ 100% ຕາມຮູບພາບ ແລະ ລາຍລະອຽດທີ່ແຈ້ງຂາຍ. ຫາກພົບບັນຫາສິນຄ້າບໍ່ຕົງປົກ ຫຼື ທາງຮ້ານສົ່ງຜິດລາຍການ, ທ່ານສາມາດແຈ້ງເຄມຂໍຊິ້ນໃໝ່ໄດ້ທັນທີ.
�� ກ່ຽວກັບການຈັດສົ່ງສິນຄ້າ
Q: ທາງຮ້ານໃຊ້ເວລາຈັດສົ່ງດົນປານໃດ?
· A: ສຳລັບລູກຄ້າພາຍໃນນະຄອນຫຼວງວຽງຈັນ ຈະໄດ້ຮັບສິນຄ້າພາຍໃນ 24 - 48 ຊົ່ວໂມງ. ສຳລັບຕ່າງແຂວງທົ່ວປະເທດ ຈະຈັດສົ່ງຜ່ານຂົນສົ່ງເອກະຊົນ (HAL ຮຸ່ງອາລຸນ) ໂດຍໃຊ້ເວລາປະມານ 1 - 3 ວັນເຮັດການ ຂຶ້ນກັບພື້ນທີ່ປາຍທາງ.
Q: ຄ່າຈັດສົ່ງຄິດໄລ່ແນວໃດ?
· A: ສົ່ງຟຣີທຸກລາຍການທີ່ຊື້ນຳຮ້ານຄ້າລີນລີນທີ່ມີມຸນຄ່າຕັ້ງແຕ່ 500 ກິບຂື້ນໄປ.
��ກ່ຽວກັບການຮັບປະກັນ ແລະ ເຄມສິນຄ້າ
Q: ຫາກໄດ້ຮັບສິນຄ້າແຕກຫັກ ຫຼື ເຄື່ອງໃຊ້ໄຟຟ້າເປີດບໍ່ຕິດ ຍ້ອນການຂົນສົ່ງ ຕ້ອງເຮັດແນວໃດ?
· A: ຫາກພົບບັນຫາສິນຄ້າ ສົ່ງຜິດລາຍການ ຫຼື ເຄື່ອງໄຟຟ້າໃຊ້ງານບໍ່ໄດ້, ກະລຸນາສົ່ງ ຄລິບວິດີໂອແບບຕໍ່ເນື່ອງ (ບໍ່ຕັດຕໍ່) ຕັ້ງແຕ່ຕອນກ່ອນແກ້ກ່ອງພັດສະດຸ ມາໃຫ້ແອດມິນທາງ Inbox ພາຍໃນ 24 ຊົ່ວໂມງ ນັບຈາກເວລາຮັບເຄື່ອງ. ທາງບໍລິສັດຈະດຳເນີນການ ຈັດສົ່ງສິນຄ້າຊິ້ນໃໝ່ທົດແທນໃຫ້ທ່ານທັນທີ ແຕ່ຖ້າຫາກວ່າ ແຕກຫັກ, ຊຳລຸດຈາກບໍລິສັດຂົນສົ່ງແມ່ນຮ້ານຄ້າລີນລີນຈະບໍ່ຮັບຜິດຊອບຕໍ່ຄວາມເສຍຫາຍ ແຕ່ຈະປະສານໃຫ້.
Q: ຫາກບໍ່ມີວິດີໂອຕອນແກ້ກ່ອງ ຈະສາມາດຂໍສິນຄ້າໃໝ່ ຫຼື ເຄມໄດ້ບໍ່?
· A: ທາງບໍລິສັດຂໍສະຫງວນສິດ ບໍ່ຮັບຜິດຊອບ ຫຼື ບໍ່ຈັດສົ່ງສິນຄ້າໃໝ່ທົດແທນໃຫ້ ໃນທຸກກໍລະນີ ຫາກລູກຄ້າບໍ່ມີຄລິບວິດີໂອຕອນແກ້ກ່ອງມາຢັ້ງຢືນ ເພື່ອຄວາມໂປ່ງໃສ ແລະ ປ້ອງກັນຄວາມເສຍຫາຍລະຫວ່າງຮ້ານຄ້າ ແລະ ຂົນສົ່ງ.
Q: ທາງບໍລິສັດມີການກວດເຊັກເຄື່ອງໃຊ້ໄຟຟ້າກ່ອນສົ່ງອອກບໍ່?
· A: ມີແນ່ນອນ, ເຄື່ອງໃຊ້ໄຟຟ້າທຸກຊິ້ນຈະຖືກທີມງານກວດເຊັກລະບົບໄຟ ແລະ ການເຮັດວຽກເບື້ອງຕົ້ນກ່ອນການຫຸ້ມຫໍ່ 100% ເພື່ອໃຫ້ໝັ້ນໃຈວ່າສິນຄ້າຢູ່ໃນສະພາບດີພ້ອມໃຊ້ງານກ່ອນເຖິງມືລູກຄ້າ.
��ການຊຳລະເງິນ ແລະ ຄຳສັ່ງຊື້ຕ່າງປະເທດ
Q: ລູກຄ້າຕ່າງປະເທດສາມາດສັ່ງສິນຄ້າໃຫ້ຍາດພີ່ນ້ອງຢູ່ລາວໄດ້ບໍ່ ແລະ ຊຳລະຜ່ານຊ່ອງທາງໃດ?
· A: ໄດ້ເລີຍ, ພວກເຮົາຮອງຮັບຄຳສັ່ງຊື້ຈາກຕ່າງປະເທດເພື່ອຈັດສົ່ງພາຍໃນ ສປປ ລາວ. ໂດຍສາມາດຊຳລະເງິນລ່ວງໜ້າເຕັມຈຳນວນຜ່ານ PayPal, Wise, Western Union, ຫຼື MoneyGram.